Yahoo ເພີ່ມ Ymail ແລະ Rocketmail ເຂົ້າ(ຕັ້ງແຕ່ຕອນໃດຫວະ?)
Posted on March 14th, 2009 in ຂ່າວສູນ, ແນະນຳເວບເດັດ | No Comments »
ມື້ນີ້ບັງເອີນວ່າຢາກໄດ້ Yahoo mail ເທ້ໆ.. ກໍ່ເລີຍວ່າຊິໄປສະໝັກເອົາໃໝ່ຜົນປາກົດວ່າມີ @ ymail.com ແລະ @rocketmail.com ໃຫ້ເລືອກນຳ.. ເຮີເຮີ… ຄວາມຈິງມັນໜ້າຈະມີແຕ່ດົນແລ້ວ… ແຕ່ບໍ່ຄ່ອຍໄດ້ຫຼິ້ນ Yahoo ປານໃດ.. ກໍ່ເລີຍ..
ແຕ່ຄິດວ່າ ymail.comໜ້າຈະມີຫຼັງ gmail ເພາະຮູ້ສຶກວ່າມັນລອກແບບ google mail ຄືຫຍໍ້ Google ໃຫ້ເປັນ G ເຊັ່ນດຽວກັນຫຍໍ້ Yahoo ເປັນ Y (ວ່າກັນເຂົ້າໄປ..废话真多..呵呵)
ແນວໃດກໍ່ດີມັນກໍ່ເປັນທາງເລືອກໜຶ່ງສຳລັບຜູ້ເກີດໃໝ່ໃຫຍ່ລູນເນາະ.. ເຮິໆ.. ອີກຢ່າງທ່ານສາມາດເຂົ້າອີເມລ໌ຂອງຢາຮູໂດຍຜ່ານ www.ymail.com ຫຼື www.rocketmail.com ໄດ້…. (ພໍເທົ່ານີ້ກ່ອນ)


