foxit-reader

ເຊື່ອວ່າຫຼາຍໆຄົນກຳລັງໃຊ້ Adobe Reader ໃນການອ່າອ່ານໄຟລ໌ .PDF ຢູ່ ແຕ່ສຳລັບຂ້າພະເຈົ້າແລ້ວ ມັກໃຊ້ Foxit Reader ເພາະຂະໜາດມັນນ້ອຍດີເວີຊັ້ນຫຼ້າສຸດແມ່ນ V 3.0 ຂະໜາດພຽງ 6.83 Mb (ເວີຊັ້ນ 2.X ຂະໜາດພຽງ 3Mb ກວ່າໆ) ໃນຂະນະທີ່ Adobe Reader ຂະໜາດເປັນ 100 ກວ່າ Mb….  ,  Foxit Reader ມີຫຼາຍພາສາໃຫ້ເລືອກລວມທັງພາສາໄທນຳ… ແລະ ແນ່ນອນຖ້າຄອມຊ້າໃຊ້ Adobe Reader ຄ້າງ, ໃຊ້ Foxit Reader ບໍ່ມີບັນຫາແນ່ນອນ…
ທ່ານສາມາດດາວໂຫຼດ  Foxit Reader ເພື່ອຕິດຕັ້ງໄດ້ທີ່ Foxit Reader 3.0 for Windows
ຫຼື ເອົາແບບບໍ່ຕ້ອງຕິດຕັ້ງເລີຍທີ່:  http://laoupload.com/PAMBEY0W2ZJ5/Foxit_Reader.rar.html
Note:  ກໍລະນີບໍ່ຕິດຕັ້ງ, ເທື່ອທຳອິດທີ່ເປິດໃຊ້ໃຫ້ໄປທີ່ Help > Set to default PDF Reader ເພື່ອເພື່ອສ້າງໃຫ້ Foxit Reader  ເປັນຕົວອ່ານຫຼັກຂອງໄຟລ໌ PDF (ເວີຊັ້ນຫຼ້າສຸດບໍ່ຈຳເປັນມີແຕ່ເປີດມາໃຊ້ແລ້ວມັນກໍ່ຈະ  Set  ໃຫ້ເອງ)  ມື້ໜ້າພຽງແຕ່ Dubble Click ໄຟລ໌ .PDF ເທົ່ານັ້ນມັນກໍ່ຈະຖືກເປີດໂດຍ Foxit Reader ….
ພໍໆໆ… ປານວ່າມາໂຄສະນາ Foxit Reader … -_-”