Aigo MP5 (Made In China)
Posted on January 29th, 2008 in Digitall | 3 Comments »

ມື້ນີ້ຫວ່າງກໍ່ເລີຍຕື່ນແຕ່ເດິກມາທ່ອງເນັດ…ບັງເອີນເຂົ້າໄປເວບຂອງຍີຫໍ້AigoຂອງຈີນພໍດີເຫັນມີMp5ກໍ່ເລີຍມາລົມສູເຟັງ(ບໍ່ແນ່ໃຈວ່າເພິນເປັນບໍລິສັດທຳອິດທີ່ຜະລິດເຄື່ອງMp5ບໍ່?)Mp5ກໍ່ຄ້າຍໆກັບMp4ຫັ້ນລະ ຈຸດພິເສດຂອງMp5ຄືສາມາດເບິ່ງວີດີໂອຂອງReal(.rmຫຼື.rmvb)ໄດ້ນອກນັ້ນຍັງສາມາດເບິ່ງວີດີໂອປະເພດAVI,MPEG,MPG,DATທີ່ສຳຄັນຍັງສາມາດເປີດວີດີໂອທີ່ຍັງໂຫຼດມາແຕ່youtubeນຳອິກ,ນັ້ນກໍ່ຄືວີດີໂອນາມສະກຸນFLV.ນອກນັ້ນຍັງສາມາດໃຊ້ຟັງສຽງປະເພດMP3,WMA,FLAC,APEຍັງສາມາດເບິ່ງຮູບປະເພດJPG,BMP,GIFນອກນັ້ນຍັງສາມາດອ່ານເອກະສານນາມສະກຸນTXTໄດ້(ບອກໄວ້ເລີຍພາສາລາວບໍ່ໄດ້ແນ່ນອນ[ຄຶດວ່າ]:D),ໂອ..ຍັງສາມາດຟັງFM(87.5MHz~108MHz)ໄດ້,Mp5ຍີຫໍ້Aigoນີ້ສ່ວນຫຼາຍຂະໜາດໜ້າຈໍຈະຢູ່ທີ່2.8ຫາ4ນິ້ວ,ຈຸດສຳຄັນຄືມີເນື້ອທີ່ໃສ່ເອກກະສານໃຫຍ່ຄື 2Gb,4Gb,80Gb,120Gb,160Gb…

