Archive for the ‘ແນະນຳເວບເດັດ’ Category

Yahoo ເພີ່ມ Ymail ແລະ Rocketmail ເຂົ້າ(ຕັ້ງແຕ່ຕອນໃດຫວະ?)

Posted on March 14th, 2009 in ຂ່າວສູນ, ແນະນຳເວບເດັດ | No Comments »

ມື້ນີ້ບັງເອີນວ່າຢາກໄດ້ Yahoo mail ເທ້ໆ.. ກໍ່ເລີຍວ່າຊິໄປສະໝັກເອົາໃໝ່ຜົນປາກົດວ່າມີ @ ymail.com ແລະ @rocketmail.com ໃຫ້ເລືອກນຳ.. ເຮີເຮີ… ຄວາມຈິງມັນໜ້າຈະມີແຕ່ດົນແລ້ວ… ແຕ່ບໍ່ຄ່ອຍໄດ້ຫຼິ້ນ Yahoo ປານໃດ.. ກໍ່ເລີຍ..
ແຕ່ຄິດວ່າ  ymail.comໜ້າຈະມີຫຼັງ gmail ເພາະຮູ້ສຶກວ່າມັນລອກແບບ google mail ຄືຫຍໍ້ Google ໃຫ້ເປັນ G ເຊັ່ນດຽວກັນຫຍໍ້ Yahoo ເປັນ Y (ວ່າກັນເຂົ້າໄປ..废话真多..呵呵)

ແນວໃດກໍ່ດີມັນກໍ່ເປັນທາງເລືອກໜຶ່ງສຳລັບຜູ້ເກີດໃໝ່ໃຫຍ່ລູນເນາະ.. ເຮິໆ.. ອີກຢ່າງທ່ານສາມາດເຂົ້າອີເມລ໌ຂອງຢາຮູໂດຍຜ່ານ www.ymail.com ຫຼື www.rocketmail.com ໄດ້…. (ພໍເທົ່ານີ້ກ່ອນ)

ບໍ່ຕ້ອງຕິດຕັ້ງ Photoshop ກໍ່ແຕ່ງພາບໄດ້

Posted on March 5th, 2009 in ແນະນຳເວບເດັດ | No Comments »

000

ແນະນຳເວບໄຊທ໌ແຕ່ງພາບອອນໄລນ໌…ບໍ່ເອົາຫຼາຍເອົາແປດເວບກໍ່ພໍ
1. http://www.sumopaint.com/app/
ໂຕນີ້ຍົກໂປ້ແຖມກ້ອຍໃຫ້ເລີຍ,ໜ້າຕາແບບ photoshop ເລີຍ…ສາມາດເລືອກຟັອນຈາກຄອມພິວເຕີ
2. http://www.splashup.com/splashup/
ໂຕນີ້ໜ້າຕາຄ້າຍໆ photoshop ຄືກັນ…ແຕ່ບໍ່ສາມາດເລືອກຟັອນຈາກຄອມພິວເຕີ
3. http://fotoflexer.com
4. http://www.picnik.com
5. http://www.flauntr.com
6. http://aviary.com/tools/phoenix
7. http://www.pixlr.com/app/
8. http://pixer.us