ໂປຣແກຣມປ້ອງກັນໄວຣັດMorroຂອງMicrosoftຖືກປ່ຽນຊື່ແລະຈະອອກນຳໃຊ້ເດືອນ9ນີ້
Posted on June 21st, 2009 in ຂ່າວສູນ | No Comments »
ຕາມຂ່າວຈາກຕ່າງປະເທດເມື່ອວັນທີ່ 18/6 ນີ້, ໂປຣແກຣມປ້ອງກັນໄວຣັດຟຣີທີ່ຊື່ Morro ຂອງ Microsoft ໄດ້ຖືກປ່ຽນຊື່ມາເປັນ Microsoft Security Essentials ຢ່າງເປັນທາງການແລ້ວ.
Morro ເປັນພຽງໂຄດ໌ທີ່ນຳມາສ້າງໂປຣແກຣມນີ້, ຕາມການຊິນເຄີຍຂອງໄມໂຄຣຊັອບແລ້ວເມື່ອໂປຣແກຣມຖືກສ້າງຂຶ້ນແລ້ວກໍ່ຈະຕັ້ງຊື່ໃຫ້ມັນໃໝ່.
ຕາມທີ່ຮູ້ມາວ່າເລີ່ມແຕ່ວັນທີ່ 1/6 ມານິ້ທາງໄມໂຄຣຊັອບໄດ້ມີການທົດລອງນຳໃຊ້ Morro ຢູ່ພາຍໃນແລ້ວ. ແລະຄາດວ່າຈະອອກໃຫ້ທົດລອງໃຊ້ເດືອນເກົ້ານີ້. ໄມໂຄຣຊັອບຍັງໃຫ້ຮູ້ວ່າຈະປະກາດໃຊ້ Morro ຢ່າງເປັນທາງການຊ້າສຸດກໍ່ແມ່ນທ້າຍປີນີ້.
Microsoft Security Essentials ຫຼື Morro ອາດຈະເປັນພຽງໂປຣແກຣມປ້ອງກັນໄວຣັດຂັ້ນພື້ນຖານເທົ່ານັ້ນ, ອາດບໍ່ແມ່ນໂປຣແກຣມປ້ອງກັນໄວຣັດຄົບຊຸດເໝືອນໂປຣແກຣມປ້ອງກັນໄວຣັດອື່ນໆ…





