ຕາມຂ່າວຈາກຕ່າງປະເທດເມື່ອວັນທີ່ 18/6 ນີ້, ໂປຣແກຣມປ້ອງກັນໄວຣັດຟຣີທີ່ຊື່ Morro ຂອງ Microsoft ໄດ້ຖືກປ່ຽນຊື່ມາເປັນ Microsoft Security Essentials ຢ່າງເປັນທາງການແລ້ວ.
   Morro ເປັນພຽງໂຄດ໌ທີ່ນຳມາສ້າງໂປຣແກຣມນີ້, ຕາມການຊິນເຄີຍຂອງໄມໂຄຣຊັອບແລ້ວເມື່ອໂປຣແກຣມຖືກສ້າງຂຶ້ນແລ້ວກໍ່ຈະຕັ້ງຊື່ໃຫ້ມັນໃໝ່.
  ຕາມທີ່ຮູ້ມາວ່າເລີ່ມແຕ່ວັນທີ່ 1/6 ມານິ້ທາງໄມໂຄຣຊັອບໄດ້ມີການທົດລອງນຳໃຊ້ Morro ຢູ່ພາຍໃນແລ້ວ. ແລະຄາດວ່າຈະອອກໃຫ້ທົດລອງໃຊ້ເດືອນເກົ້ານີ້. ໄມໂຄຣຊັອບຍັງໃຫ້ຮູ້ວ່າຈະປະກາດໃຊ້ Morro ຢ່າງເປັນທາງການຊ້າສຸດກໍ່ແມ່ນທ້າຍປີນີ້.
  Microsoft Security Essentials ຫຼື Morro ອາດຈະເປັນພຽງໂປຣແກຣມປ້ອງກັນໄວຣັດຂັ້ນພື້ນຖານເທົ່ານັ້ນ, ອາດບໍ່ແມ່ນໂປຣແກຣມປ້ອງກັນໄວຣັດຄົບຊຸດເໝືອນໂປຣແກຣມປ້ອງກັນໄວຣັດອື່ນໆ…
morro11
morro21