
ມື້ນີ້ຫວ່າງກໍ່ເລີຍຕື່ນແຕ່ເດີມາທ່ອງເນັດ…ບັງເອີນເຂົ້າໄປເວບຂອງຍີຫໍ້AigoຂອງຈີນພໍດີເຫັນມີMp5ກໍ່ເລີຍມາລົມສູເຟັງ(ບໍ່ແນ່ໃຈວ່າເພິນເປັນບໍລິສັດທຳອິດທີ່ຜະລິດເຄື່ອງMp5ບໍ່?)Mp5ກໍ່ຄ້າຍໆກັບMp4ຫັ້ນລະ ຈຸດພິເສດຂອງMp5ຄືສາມາດເບິ່ງວີດີໂອຂອງReal(.rmຫຼື.rmvb)ໄດ້ນອກນັ້ນຍັງສາມາດເບິ່ງວີດີໂອປະເພດAVI,MPEG,MPG,DATທີ່ສຳຄັນຍັງສາມາດເປີດວີດີໂອທີ່ຍັງໂຫຼດມາແຕ່youtubeນຳອິກ,ນັ້ນກໍ່ຄືວີດີໂອນາມສະກຸນFLV.ນອກນັ້ນຍັງສາມາດໃຊ້ຟັງສຽງປະເພດMP3,WMA,FLAC,APEຍັງສາມາດເບິ່ງຮູບປະເພດJPG,BMP,GIFນອກນັ້ນຍັງສາມາດອ່ານເອກະສານນາມສະກຸນTXTໄດ້(ບອກໄວ້ເລີຍພາສາລາວບໍ່ໄດ້ແນ່ນອນ[ຄຶດວ່າ]:D),ໂອ..ຍັງສາມາດຟັງFM(87.5MHz~108MHz)ໄດ້,Mp5ຍີຫໍ້Aigoນີ້ສ່ວນຫຼາຍຂະໜາດໜ້າຈໍຈະຢູ່ທີ່2.8ຫາ4ນິ້ວ,ຈຸດສຳຄັນຄືມີເນື້ອທີ່ໃສ່ເອກກະສານໃຫຍ່ຄື 2Gb,4Gb,80Gb,120Gb,160Gb.ແຕ່ວ່າ..ລາຄາ..ໂອ..ເບິ່ງເອງຢູ່ລຸ່ມ…

2G=1199Yuan; 4G=1599Yuan
[1Yuan=1300ກີບ(?)]

2G=1099Yuan; 4G=1499Yuan

80G 3299Yuan 2899Yuan, 120G 4599Yuan 3299Yuan, 160G 6599Yuan 3999Yuan(ມີຫລຸດລາຄາ ເຮີເຮີ…)

120G 4599Yuan 3299Yuan, 160G 6599Yuan 4999Yuan
(ລາຄານີ້ພໍໆກັບຄອມທີ່ເຮົາໃຊ້ຢູ່ເລີຍ -_-”)

80G=3999Yuan, 120G=4999Yuan, 160G=6999Yuanລາຄາເທິງນີ້ແມ່ນລາຄາສັ່ງຊື້ຈາກເວບໄຊທ໌ຂອງAigoເອງ, ບໍ່ຮູ້ວ່າຢູ່ຕະຫຼາດຂາຍກັນແນວໃດ.. T_T”
2 Responses
au8ust
January 31st, 2008 at 6:38 pm
1ໂອ..ມີ MP5 ອີກຫວາ 555
ເປັນຫນ້າຈໍລະບົບສຳຜັດແມ່ນບໍ່
SiaN
February 1st, 2008 at 12:07 am
2ແມ່ນແລ້ວ,ປັນຫນ້າຈໍລະບົບສຳຜັດ. ແຕ່ຄວາມຈິງຢີ່ຫໍ້ອື່ນໆທີ່ສາມາດເປີດເອກະສານຈຳພວກນີ້ກໍ່ມີ ແຕ່ວ່າຍັງໃຊ້ຊື່ MP4 ຢູ່…
ອຶມ…ອອກໄປກິນເຂົ້າກ່ອນ… ຫນາວຫຼາຍ… ຫິມະຕົກຢູ່ເລີຍ.
RSS feed for comments on this post · TrackBack URI
Leave a reply
Categories
Archives
Links
Meta
Calendar