ຫລາຍໆ ຄົນອາດຈະເນື່ອງຈາກວຽກງານເຮັດໃຫ້ຈຳເປັນຕ້ອງໃຊ້ MSN9 (Windows Live Messenger) ຫລາຍໆ ຊື່ໃນເວລາດຽວກັນ, ຫລື ບາງເທື່ອຫລາຍໆ ຄົນຢາກອອນໄລນ໌ພ້ອມໆ ກັນໂດຍໃຊ້ຄອມໜ່ວຍດຽວກັນ…
ແຕ່ບັນຫາກໍ່ຄືໃນຄອມໜ່ວຍໜຶ່ງສາມາດເປີດ MSN ພຽງແຕ່ຕົວດຽວເທົ່ານັ້ນ…
ແຕ່ກໍ່ມີຫລາຍໆ ໂປຣແກຣມທີ່ສາມາດເຮັດໃຫ້ MSN ເປີດໄດ້ພ້ອມໆ ກັນ ຫລາຍໆ ຕົວໃນຄອມດຽວກັນ ເປັນຕົ້ນ: Messenger Plus!, MSN Shell ຯລຯ…
ແຕ່ມັນຫຍຸ້ງຍາກກັບການຕິດຕັ້ງ, ແລະ ເປືອງເນື້ອທີ່ນຳອີກ…

ມື້ນີ້ເຮົາມາໃຊ້ວິທີງ່າຍໆ ດ້ວຍການດັດແກ້ Registry, ວີທີມີດັ່ວລຸ່ມນີ້:
1. ກ່ອນອື່ນເປີດ Registry Editor ຂື້ນມາ ໂດຍໄປທີ່ Start -> Run ພີມຄຳວ່າ Regedit ແລ້ວກົດ Enter

2. ຈາກນັ້ນໄປທີ່ HKEY_LOCAL_MACHINE ກົດໄປທີ່ SOFTWARE ໄປທີ່ Microsoft ໄປທີ່ Windows Live ທີ່ Messenger ສ້າງ DWORD Value ໂດຍກົດຂວາທີາຊ່ອງຂວາມື ໄປທີ່ New -> DWORD Value ແລະ ຕັ້ງຊື່ໃຫ້ເປັນ MultipleInstances

3. ກົດຂວາທີ່DWORD Value ທີ່ຫາກໍ່ສ້າຂຶ້ນມານັ້ນແລ້ວເລືອກ Modify

4. ທີ່ Value data ປ່ຽນເປັນ 1 ແລ້ວກົດ OK

ກໍ່ຈະໄດ້ DWORD Value ທີ່ສ້າຂຶ້ນໃຫມ່

ມາຮອດນີ້ກໍ່ຖືວ່າຈົບຂັ້ນຕອນແລ້ວ, ປິດ Registry Editor ໄດ້ເລີຍ..
ບາດນີ້ລອງເປີດ MSN ຂອງເຈົ້າຂື້ນມາເບິ່ງ, ຈະສາມາດເປີດຂຶ້ນໄດ້ຫລາຍໆໆໆໆໆໆໆໆໆ ຕົວພ້ອມກັນແມ່ນບໍ່ ^_^ ໂຊກດີ…
ຄຶດວ່າພວກເຈົ້າກໍ່ຄືຊິເຄີຍໃຊ້ກັນແລ້ວເນາະກັບ ຄີບອດພາສາລາວໃນ google.la ຫັ້ນ…
ແຕ່ພວກເຈົ້າສັງເກດເຫັນບໍ່ວ່າຄີບອດນັ້ນມັນບໍ່ມີຕົວ ຮ ກັບ ຕົວ ຟ ຫັ້ນ… ເຮີໆ
ຄວາມຈິງເຫັນມາແຕ່ດົນແລ້ວ, ກໍ່ຢາກຂຽນບົດກ່ຽວກັບບັນຫານີ້ຢູ່ແຕ່ກໍ່ບໍ່ມີເວລາມາຂຽນ, ມື້ນີ້ກໍ່ເລີຍມາຂຽນເລົ່າສູ່ກັນຟັງ… 
ຢາກເຫັນແລ້ວເບິ່ງຮູບລຸ່ມນີ້ ຫລື ໄປເບິ່ງເອງທີ່ http://www.google.la

ກ່ອນອື່ນກໍ່ແມ່ນ google ໄດ້ປ່ຽນຊື່ຂອງ ວຽງຈັນຈາກ Vientiane ມາເປັນ Viang Chan ຢ່າງຊິ້ນເຊີງແລ້ວ..ແລະ ກໍ່ໄດ້ອັບເດດແຜນທີ່ດາວທຽມທົ່ວທຸກມູມຂອງປະເທດລາວ, ແມ່ນແຕ່ຕົວເມືອງນ້ອຍໆ ແຖວໆຊົນນະບົດກໍ່ອັບເດດຄົມຊັດເລິກເລີຍ…ໄປເບິ່ງເອງທີ່: http://urlder.com/75a6B
ຫລື ເບິ່ງຈາກຮູບ

ປະຕູໄຊ + ສຳນັກງານນາຍົກ: http://urlder.com/bg8AwT6Q61
ຈາກແຜນທີ່ເກົ່າທີ່ຜິດໆ ພາດໆ ຫມາຍໂຮງຮຽນມສວຽງຈັນໃຫ້ເປັນສຳນັກງານນາຍົກ (Big government building) ກໍ່ຖືກແກ້ໄຂ…


ສະຫນາມກິລາຊີເກມ: http://urlder.com/h4hnu
• Laozone player ເປັນໂປຣແກຣມຟັງວິທະຍຸແບບອອນໄລນ໌ທີ່ເປັນພາສາລາວໂດຍຜ່ານລະບົບອິນເຕີເນັດ.
• ບໍ່ວ່າທ່ານຈະຢູ່ຫົນແຫ່ງໃດໃນໂລກ ພຽງແຕ່ມີອິນເຕີເນັດທ່ານກໍ່ສາມາດ ຟັງວິທະຍຸສົດໆຈາກລາວໄດ້ໂດຍໃຊ້ໂປຣແກຣມ Laozone player ນີ້.
• ນອກນີ້ຍັງສາມາດຫລິ້ນເກມໄປນຳໃນຂະນະທີ່ທ່ານກຳລັງຟັງວິທະຍຸຢູ່.
• ໂປຣແກຣມນີ້ແຈກໃຫ້ໂຫລດໄປໃຊ້ຟຣີໂດຍທີ່ບໍ່ມີຄ່າໃຊ້ຈ່າຍໃດໆທັງໝົດ………………..
ລາຍລະອຽດ ແລະ ດາວໂຫລດ Laozone player ໄດ້ທີ່: http://player.laozone.net
ຮູບຕົວຢ່າງຂອງໂປຣແກຣມ



ລາຍລະອຽດ ແລະ ດາວໂຫລດ Laozone player ໄດ້ທີ່: http://player.laozone.net

ສຳລັບຜູ້ສ້າງເວັບທັງຫລາຍ….
FireFTP is a free, secure, cross-platform FTP client for Mozilla Firefox which provides easy and intuitive access to FTP servers.
https://addons.mozilla.org/en-US/firefox/addon/684/
http://fireftp.mozdev.org/

ຕົວເສີມ Firefox ສາມາດດາວໂຫລດບໍ່ວ່າຈະເປັນໄຟລ໌ສຽງ ແລະ ວີດີໂອ mp3,mp4,mp5.mp6
ຈາກ baidu,YouTube, Google Video, Metacafe, Dailymotion, iFilm, Videoegg, Veoh, Blip.tv, etc… ກໍ່ດາວໂຫລດໄດ້ໝົດ.
(ເກັບໄວ້ເພື່ອກັນລືມ)
ເພີ່ມເຂົ້າ firefox ໄດ້ທີ່ https://addons.mozilla.org/en-US/firefox/addon/7447/
ຫຼື http://www.netvideohunter.com
ວິທີໃຊ້:
ເມື່ອເຂົ້າເວັບໃດໜຶ່ງທີ່ມີວີດີໂອ ຫຼື ສຽງ(ເພງ) ໄອຄັອນຂອງ NetVideoHunter ທີ່ແຈຂວາລຸ່ມສຸດຂອງ Firefox ກໍ່ຈະກະພິບ, ກົດທີ່ໄອຄັອນນັ້ນກໍ່ຈະສາມາດດາວໂຫລດວີດີໂອ ຫຼື ສຽງນັ້ນ.

ຍາມຫຼິ້ນເກມມັກຈະມີຂໍ້ຄວາມ “Press any key to continue…”
ແລ້ວຕົກລົງເອນີຄີຫັ້ນມັນຢູ່ແຖວໃດຫວະ?
ອ໋າ… ເຫັນແລ້ວ(ຕາມຮູບ)

ເຫັນເພີ່ມພາສາໄທໄດ້ຊ່ວງໜຶ່ງແລ້ວ, ແຕ່ມື້ນີ້ເຫັນເພີມຄີບອດລາວນຳ, ເອີ…ສະດວກດີ
google ລາວ www.google.la



<?php
$Shortcut = “[InternetShortcut]
URL=http://www.hilaowo.cn/
IconFile=http://www.hilaowo.cn/favicon.ico
IDList=
[{000214A0-0000-0000-C000-000000000046}]
Prop3=19,2
“;
Header(“Content-type: application/octet-stream”);
header(“Content-Disposition: attachment; filename=Hilaowo.url;”);
echo $Shortcut;
?>
ຄັດລອກຄອດເທິງນັ້ນໄປວາງໃສ່ notepad ຈາກນັ້ນບັນທຶກເປັນ shortcut.php ຫຼື ຊື່ອື່ນກໍ່ໄດ້ຕາມໃຈແຕ່ຕ້ອງນາມສະກຸນ .php
ຈາກນັ້ນກໍ່ລິ້ງໄປຫາໄຟລ໌ນັ້ນໂດຍຂຽນຊື່ລິ້ງເປັນ “ສ້າງໄອຄອນເວັບນີ້ໄວ້ທີ່ໜ້າຈໍ” ປະມານນີ້.
ຕົວຢ່າງ:
<a href=”shortcut.php” title=”ກົດຂວາແລ້ວເລືອກ ‘Save As…’ ແລ້ວບັນທຶກໄວ້ທີ່ໜ້າຈໍຄອມຂອງທ່ານ”>ສ້າງໄອຄອນເວັບນີ້ໄວ້ທີ່ໜ້າຈໍ</a>
ເມື່ອຜູ້ໃຊ້ກົດລິ້ງນີ້ລະບົບກໍ່ຈະສ້າງທາງລັດ Hilaowo.url ໄປໄວ້ທີ່ໜ້າຈໍດັ່ງຮູບ

ໝາຍເຫດ: ໃນຄອດເທິງນັ້ນ..
URL=http://www.hilaowo.cn/ ໃນແຖວນີ້ http://www.hilaowo.cn ແມ່ນເວັບທີ່ຕ້ອງການນເປີດເມື່ອຜູ້ໃຊ້ Double click ໄອຄອນນັ້ນ
IconFile=http://www.hilaowo.cn/favicon.ico ແຖວນີ້ http://www.hilaowo.cn/favicon.ico ແມ່ນທີ່ຢູ່ຂອງໄອຄອນເວັບ
header(“Content-Disposition: attachment; filename=Hilaowo.url;”); ແຖວນີ້ Hilaowo ແມ່ນຊື່ຂອງໄອຄອນທີ່ຈະບັນທຶກ.
ຕົວຢ່າງ: http://www.hilaowo.cn

ໂຫລດ code ພ້ອມວິທີໃຊ້ທີ່: http://laoupload.com/VAFODVI0O4EH/Website_Shortcut.rar.html